ວັນທີ 7 ຕຸລາ 2025 – ບໍລິສັດ ຫຼວງພະບາງສະມາດຊິດຕີ້ ມີຄວາມຍິນດີແຈ້ງໃຫ້ທຸກພາກສ່ວນຮັບຊາບວ່າ ໂຄງການພວກເຮົາໄດ້ດຶງໄຟຟ້າແຮງສູງ 22KV ຈາກບ້ານສະນົກມົງຄຸນເຂົ້າມາຮັບໃຊ້ການກໍ່ສ້າງຂອງໂຄງການຫຼວງພະບາງສະມາດຊິດຕີ້ ສຳເລັດລົງແລ້ວ, ເຊິ່ງຖືເປັນອີກໜຶ່ງບາດກ້າວສຳຄັນທີ່ຈະຊຸກດັນໃຫ້ການກໍ່ສ້າງໂຄງການດັ່ງກ່າວມີຄວາມຄືບໜ້າຢ່າງຕໍ່ເນື່ອງ.

ການດຶງໄຟຟ້າແຮງສູງເຂົ້າສູ່ພື້ນທີ່ກໍ່ສ້າງໃນຄັ້ງນີ້ ຈະຊ່ວຍສະໜອງພະລັງງານທີ່ພຽງພໍ ແລະ ໝັ້ນຄົງຕໍ່ການດຳເນີນງານກໍ່ສ້າງຕ່າງໆ ພາຍໃນໂຄງການ ແລະ ເພື່ອກຽມພ້ອມສຳລັບການກໍ່ສ້າງອື່ນໆທີ່ຈະເກີດຂຶ້ນໃນອະນາຄົດ ປະກອບມີ: ການກໍ່ສ້າງພື້ນຖານໂຄງລ່າງ, ອາຄານພາກທຸລະກິດ, ທີ່ພັກອາໄສ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ຈະເຮັດໃຫ້ໂຄງການຫຼວງພະບາງສະມາດຊິດຕີ້ ກາຍເປັນນະຄອນທີ່ທັນສະໄໝ ແລະ ຍືນຍົງໃນອະນາຄົດ.

“ການດຶງໄຟຟ້າແຮງສູງເຂົ້າມາໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດທີ່ຈະພັດທະນາໂຄງການຕາມມາດຕະຖານສາກົນ ແລະ ກ້າວໄປເປັນໜຶ່ງໃນເມືອງທັນສະໄໝໃນພາກພື້ນອາຊ່ຽນ”

ງການຫຼວງພະບາງສະມາດຊິດຕີ້ ເປັນໂຄງການພັດທະນານະຄອນແບບຍືນຍົງທີ່ຈະຊ່ວຍຍົກລະດັບເສດຖະກິດ ແລະ ສັງຄົມຂອງແຂວງຫຼວງພະບາງ ໃຫ້ກ້າວໄປສູ່ຄວາມທັນສະໄໝ ໂດຍຮັກສາເອກະລັກວັດທະນະທຳ ແລະ ຄວາມງົດງາມຂອງເມືອງມໍລະດົກໂລກໄວ້.

ບໍລິສັດຫຼວງພະບາງສະມາດຊິດຕີ້ ພ້ອມທີ່ຈະສືບຕໍ່ລາຍງານຄວາມຄືບໜ້າຂອງໂຄງການໃຫ້ທຸກໆທ່ານຮັບຊາບຢ່າງສະໝ່ຳສະເໝີ.

ສອບຖາມຂໍ້ມູນເພີ່ມເຕີມ: ບໍລິສັດ ຫຼວງພະບາງສະມາດຊິດຕີ້ ໂທ: +856 20 51799999
ອີເມວ: luangprabangsmartcity@hotmail.com

ຫຼວງພະບາງ ເມືອງທັນສະໄໝ

ພວກເຮົາ ບໍລິສັດ ຫຼວງພະບາງ ສະມາດຊິດຕີ້ ຈຳກັດຜູ້ດຽວ ຈະສ້າງປະກົດການໃໝ່ ດ້ວຍການປະສົມປະສານ ອະລິຍະທຳ ຂອງດິນແດນລາວລ້ານຊ້າງ ແລະ ຄວາມກ້າວໜ້າຂອງຍຸກສະໄໝ ໃຫ້ແຂວງຫຼວງພະບາງ, ສປປ ລາວ ກ້າວສູ່ຄວາມທັນສະໄໝ ຄວາມຈະເລີນ ຮຸ່ງເຮືອງສີວິໄລຮອບດ້ານ.

ຕິດຕໍ່ເຮົາ

Contact & Address

Luang Prabang Smart City Sole Co., Ltd, Sanok Moungkhoun Village , Chomphet District, Luang Prabang, Laos PDR.