- ສຳເລັດການບຸກເບີກພື້ນທີ່ແລະຖົມດິນຈັດສັນຜັງເມືອງ ປູທາງດິນແດງອັດແຫນ້ນ ສຳເລັດ100% ຄວາມຍາວຂອງເສັ້ນທາງຜັງເມືອງທັງຫມົດ16km ແລະໄດ້ຕິດຕັ້ງໄຟເຢືອງທາງລຽບແຄມຂອງໃນຂອງເຂດຜັງເມືອງສະມາດຊິດຕີ້ມີຄວາມຍາວ4,5km ສຳເລັດ100%.
- ວຽກສືບຕໍ່ ແມ່ນ ກະກຽມ ສ້າງທາງຄອນກີດ ຜັງເມືອງ ລະບົບໄຟເຍືອງທາງ ປູກຕົ້ນໄມ້ເພື່ອປະດັບເສັ້ນທາງ. ສ້າງໂຮງງານຜະຫລິດນ້ຳປະປາເພື່ອກະກຽມຮັບໃຊ້ພາຍໃນເມືອງສະມາດຊິດຕີ້ສະເພາະໃຫ້ພຽງພໍ,ປະຈຸບັນແມ່ນກຳລັງເລີ່ມກະກຽມ ປຸກສ້າງໂຮງແຮມ ພະຍານາກຢົກ (jade naga) ລະດັບ5ດາວ ຂຶ້ນເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາໃຊ້ບໍລິການ.
- ກະກຽມສຳຫລວດອອກແບບສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວຂ້າມນ້ຳຂອງ ເພື່ອອຳນວຍຄວາມສະດວກໃນການຂົນສົ່ງວັດສະດຸອຸປະກອນເພື່ອຮັບໃຊ້ການກໍ່ສ້າງຂອງໂຄງການ ແລະ ປະຊາຊົນ ຂອງ ນະຄອນຫລວງພະບາງ-ເມືອງຈອມເພັດ ກໍ່ຈະມີຄວາມສະດວກສະບາຍໃນການໄປມາຫາສູ່ ເສດຖະກິດຂອງປະຊາຊົນກໍ່ຈະມີຄວາມຈະເລີນນັບມື້ດີຂຶ້ນເທື່ອລະກ້າວ.
- ໝາຍເຫດ: “ຂົວດັ່ງກ່າວແມ່ນເປັນການປະກອບສ່ວນ ຂອງບໍລິສັດຫລວງພະບາງສະມາດຊິດຕີ້ ເປັນຜູ້ລົງທຶນ100% ເພື່ອມອບເປັນຂອງຂວັນໃຫ້ລັດຖະບານແລະປະຊາຊົນໄດ້ຊົມໃຊ້ຟຮີ ໂດຍບໍ່ມີການເກັບເງິນຄ່າຜ່ານຂົວແລະບໍ່ໄດ້ເສຍຄ່າຫຍັງໃດໆທັງໝົດ”.



