ລາຍລະອຽດໂຄງການ

ຫຼວງພະບາງເມືອງທັນສະໄໝ ເປັນການພັດທະນາຕົວເມືອງທີ່ຜະສົມຜະສານຄວາມທັນສະໄໝ ເຂົ້າກັບມົນສະເໜ່ທາງວັດທະນະທຳ ແລະ ທຳມະຊາດອັນສວຍງາມຂອງເມືອງມໍລະດົກໂລກ. ໂຄງການໄດ້ຖືກອອກແບບ ໂດຍແບ່ງພື້ນທີ່ອອກເປັນ 25 ຂົງເຂດຄົບວົງຈອນ ທີ່ກວມເອົາທັງສູນກາງທຸລະກິດ, ທີ່ພັກອາໄສ, ແຫຼ່ງທ່ອງທ່ຽວ, ສະຖານທີ່ບໍລິການສາທາລະນະສຸກ ແລະ ການສຶກສາ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສ້າງອະນາຄົດທີ່ຍືນຍົງໃຫ້ກັບທຸກຄົນ.

ພາບລວມພື້ນທີ່ພັດທະນາທັງໝົດ 25 ເຂດ


1
ເຂດປະຕູໂຂງໃຫຍ່, ອ່າງນ້ຳ ແລະ ທ່າເຮືອ
2
ເຂດປະຕິມະກຳນ້ຳພຸ ພະຍານາກ 15 ຕະກູນ
3
ເຂດຕະຫຼາດກາງຄືນ
4
ເຂດຕະຫຼາດຊຸມຊົນ
5
ເຂດສູນການຄ້າປອດພາສີ, ສິນຄ້າແບນເນມ ແລະ ອື່ນໆ
6
ເຂດຮ້ານອາຫານ-ກາເຟ
7
ເຂດສູນບໍລິການການເງິນ-ທະນາຄານ
8
ເຂດສູນກິລາຄົບວົງຈອນ
9
ເຂດອາພາດເມັນ-ຄອນໂດ
10
ເຂດບ້ານພັກອາໄສ
11
ເຂດບ້ານວັດທະນະທຳບັນດາເຜົ່າ ແລະ ໝູ່ບ້ານວັດທະນະທຳຂອງອາຊ່ຽນ
12
ເຂດໂຮງໝໍ
13
ເຂດສຳນັກງານຫ້ອງການ
14
ເຂດການສຶກສາ
15
ເຂດຫໍປະຊຸມລະດັບປະເທດ-ອາຊ່ຽນ
16
ເຂດພິພິທະພັນໄມ້ແກະສະຫຼັກ
17
ເຂດໂຮງແຮມ 5 ດາວ - 7 ດາວ
18
ເຂດບ້ານພັກ ແລະ ໂຮງແຮມ
19
ເຂດລານອະເນກປະສົງ (ຈັດງານຄອນເສີດຂະໜາດໃຫຍ່)
20
ເຂດຣີສອດ ແລະ ສະໜາມກ໋ອບ
21
ເຂດກະສິກຳປອດສານພິດ
22
ເຂດສະຖານີລົດຂົນສົ່ງລົດໄຟຟ້າ EV
23
ເຂດປ່າສະຫງວນອ້ອມຮອບຕົວເມືອງ
24
ເຂດສູນກາງທຸລະກິດ ແລະ ບໍລິການ
25
ເຂດດອນກາງນໍ້າຂອງເມືອງບູຮານ ດອນຄູນ

ແຜນຜັງຕອນດິນ

ບ້ານສະນົກມຸງຄຸນ, ເມືອງຈອມເພັດ ຫ່າງຈາກຕົວເມືອງ 15 ກມ, ຫ່າງຈາກສະໜາມບິນ 12 ກມ, ຫ່າງຈາກສະຖານີລົດໄຟ 18 ກມ, ໂດຍສານທາງບົກ 20 ນາທີ ແລະ ທາງນໍ້າ 45 ນາທີ ແລະ ມີລານຈອດເຮືອບິນ ສາມາດໃຫ້ເຮືອບິນຂະໜາດນ້ອຍລົງຈອດໄດ້.

ຫຼວງພະບາງ ເມືອງທັນສະໄໝ

ພວກເຮົາ ບໍລິສັດ ຫຼວງພະບາງ ສະມາດຊິດຕີ້ ຈຳກັດຜູ້ດຽວ ຈະສ້າງປະກົດການໃໝ່ ດ້ວຍການປະສົມປະສານ ອະລິຍະທຳ ຂອງດິນແດນລາວລ້ານຊ້າງ ແລະ ຄວາມກ້າວໜ້າຂອງຍຸກສະໄໝ ໃຫ້ແຂວງຫຼວງພະບາງ, ສປປ ລາວ ກ້າວສູ່ຄວາມທັນສະໄໝ ຄວາມຈະເລີນ ຮຸ່ງເຮືອງສີວິໄລຮອບດ້ານ.

ຕິດຕໍ່ເຮົາ

Contact & Address

Luang Prabang Smart City Sole Co., Ltd, Sanok Moungkhoun Village , Chomphet District, Luang Prabang, Laos PDR.