ລາຍລະອຽດໂຄງການ
ລາຍລະອຽດໂຄງການ
ຫຼວງພະບາງເມືອງທັນສະໄໝ ເປັນການພັດທະນາຕົວເມືອງທີ່ຜະສົມຜະສານຄວາມທັນສະໄໝ ເຂົ້າກັບມົນສະເໜ່ທາງວັດທະນະທຳ ແລະ ທຳມະຊາດອັນສວຍງາມຂອງເມືອງມໍລະດົກໂລກ. ໂຄງການໄດ້ຖືກອອກແບບ ໂດຍແບ່ງພື້ນທີ່ອອກເປັນ 25 ຂົງເຂດຄົບວົງຈອນ ທີ່ກວມເອົາທັງສູນກາງທຸລະກິດ, ທີ່ພັກອາໄສ, ແຫຼ່ງທ່ອງທ່ຽວ, ສະຖານທີ່ບໍລິການສາທາລະນະສຸກ ແລະ ການສຶກສາ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສ້າງອະນາຄົດທີ່ຍືນຍົງໃຫ້ກັບທຸກຄົນ.
ພາບລວມພື້ນທີ່ພັດທະນາທັງໝົດ 25 ເຂດ
ແຜນຜັງຕອນດິນ
ບ້ານສະນົກມຸງຄຸນ, ເມືອງຈອມເພັດ ຫ່າງຈາກຕົວເມືອງ 15 ກມ, ຫ່າງຈາກສະໜາມບິນ 12 ກມ, ຫ່າງຈາກສະຖານີລົດໄຟ 18 ກມ, ໂດຍສານທາງບົກ 20 ນາທີ ແລະ ທາງນໍ້າ 45 ນາທີ ແລະ ມີລານຈອດເຮືອບິນ ສາມາດໃຫ້ເຮືອບິນຂະໜາດນ້ອຍລົງຈອດໄດ້.