ພາບລວມ

ທ່ານ ຖາວອນ ອາດສະມຸດ ກໍ່ຕັ້ງ ບໍລິສັດ ຫຼວງພະບາງ ສະມາດຊິດຕີ້ ຈໍາກັດຜູ້ດຽວ ຂຶ້ນໃນປີ 2023 ເພື່ອດໍາເນີນວຽກງານໂຄງການເຂດອຸດສາຫະກຳ ການທ່ອງທ່ຽວລາວ-ອາຊຽນ-ສາກົນ ເປັນເຂດເມືອງທັນສະໄໝໂຄງການ ມີເນື້ອທີ່ທັງໝົດ 195,5 ເຮັກຕາ ທີ່ດິນທັງໝົດເປັນກຳມະສິດຂອງ ທ່ານ ຖາວອນ ອາດສະມຸດ.

ການລົງທຶນໃນເຂດເນື້ອທີ່ດັ່ງກ່າວ ນັກລົງທຶນສາມາດພົວພັນເຈລະຈາ ຊື້-ຂາຍ ແລະ ເຊົ່າທີ່ດິນ ຫຼື ຮ່ວມລົງທຶນ ກັບເຈົ້າຂອງໂຄງການ (ເຈົ້າຂອງທີ່ດິນ) ໄດ້ໂດຍກົງໃນຫຼາຍຮູບແບບການລົງທຶນ ຕາມເງື່ອນໄຂ ທີ່ສາມາດຕົກລົງກັນໄດ້.

ທ່ານ ຖາວອນ ອາດສະມຸດ

ຜຸ້ກໍ່ຕັ້ງ / ປະທານ

ຈຸດປະສົງ

ໄດ້ສໍາເລັດບັນດາເອກະສານ
ທີ່ສໍາຄັນຕ່າງໆ ຈາກພາກລັດມີຄືດັ່ງນີ້:

ທີ່ຕັ້ງໂຄງການ

ບ້ານສະນົກມຸງຄຸນ, ເມືອງຈອມເພັດ ຫ່າງຈາກຕົວເມືອງ 15 ກມ, ຫ່າງຈາກສະໜາມບິນ 12 ກມ, ຫ່າງຈາກສະຖານີລົດໄຟ 18 ກມ, ໂດຍສານທາງບົກ 20 ນາທີ ແລະ ທາງນໍ້າ 45 ນາທີ ແລະ ມີລານຈອດເຮືອບິນ ສາມາດໃຫ້ເຮືອບິນຂະໜາດນ້ອຍລົງຈອດໄດ້.

ຫຼວງພະບາງ ເມືອງທັນສະໄໝ

ພວກເຮົາ ບໍລິສັດ ຫຼວງພະບາງ ສະມາດຊິດຕີ້ ຈຳກັດຜູ້ດຽວ ຈະສ້າງປະກົດການໃໝ່ ດ້ວຍການປະສົມປະສານ ອະລິຍະທຳ ຂອງດິນແດນລາວລ້ານຊ້າງ ແລະ ຄວາມກ້າວໜ້າຂອງຍຸກສະໄໝ ໃຫ້ແຂວງຫຼວງພະບາງ, ສປປ ລາວ ກ້າວສູ່ຄວາມທັນສະໄໝ ຄວາມຈະເລີນ ຮຸ່ງເຮືອງສີວິໄລຮອບດ້ານ.

ຕິດຕໍ່ເຮົາ

Contact & Address

Luang Prabang Smart City Sole Co., Ltd, Sanok Moungkhoun Village , Chomphet District, Luang Prabang, Laos PDR.